ຫຼັກການຄວາມເປັນສ່ວນຕົວຂອງຂໍ້ມູນ

ຫ້າຫຼັກການຕໍ່ໄປນີ້ແມ່ນມາຈາກ Mozilla Manifesto ແລະ ແຈ້ງໃຫ້ພວກເຮົາຮູ້ວ່າ:

  • ພັດທະນາຜະລິດຕະພັນ ແລະ ການບໍລິການຂອງພວກເຮົາ
  • ຈັດການຂໍ້ມູນຜູ້ໃຊ້ທີ່ພວກເຮົາເກັບກໍາ
  • ເລືອກ ແລະ ພົວພັນກັບຄູ່ຄ້າ
  • ສ້າງນະໂຍບາຍສາທາລະນະ ແລະ ການສົ່ງເສີມຂອງພວກເຮົາໃຫ້ເປັນຮູບຮ່າງ
  1. ບໍ່ມີຄວາມປະຫຼາດໃຈ

    ໃຊ້ ແລະ ແບ່ງປັນຂໍ້ມູນໃນທາງທີ່ມີຄວາມໂປ່ງໃສ ແລະ ເປັນປະໂຫຍດຕໍ່ຜູ້ໃຊ້.

  2. ຕົວຄວບຄຸມຂອງຜູ້ໃຊ້

    ພັດທະນາຜະລິດຕະພັນ ແລະ ສະຫນັບສະໜູນການປະຕິບັດທີ່ດີທີ່ສຸດທີ່ເຮັດໃຫ້ຜູ້ຊົມໃຊ້ສາມາດຄວບຄຸມຂໍ້ມູນ ແລະ ປະສົບການອອນໄລຂອງພວກເຂົາ.

  3. ຈຳກັດຂໍ້ມູນ

    ເກັບກໍາສິ່ງທີ່ພວກເຮົາຕ້ອງການ, ຍົກເລີກການລະບຸຕົວຕົນຊື່ງເຮົາສາມາດເຮັດໄດ້ ແລະ ລຶບອອກໄດ້ເມື່ອບໍ່ຕ້ອງການ

  4. ການຕັ້ງຄ່າທີ່ເໝາະສົມ

    ການອອກແບບສໍາລັບຄວາມສົມດຸນຂອງຄວາມປອດໄພ ແລະ ປະສົບການຜູ້ໃຊ້.

  5. ການປ້ອງກັນຫຼາຍຊັ້ນ

    ຮັກສາຄວບຄຸມ ຄວາມປອດໄພຫຼາຍຂັ້ນຕອນ ແລະ ຂໍ້ປະຕິບັດ, ຫຼາຍໆຢ່າງສາມາດຢັ້ງຢືນຈາກສາທາລະນະໄດ້.