ເຮົາກຳລັງສ້າງອິນເຕີເນັດທີ່ດີກວ່າ

ພາລະກິດຂອງພວກເຮົາແມ່ນເພື່ອຮັບປະກັນວ່າອິນເຕີເນັດເປັນຊັບພະຍາກອນສາທາລະນະທົ່ວໂລກ, ເປີດເຜີຍ ແລະ ທຸກຄົນເຂົ້າເຖິງໄດ້. ອິນເຕີເນັດເອົາໃຈໃສ່ປະຊາຊົນກ່ອນອີ່ຫຼີ່, ທັ້ງເປັນບ່ອນທີ່ບຸກຄົນສາມາດສ້າງປະສົບການຂອງຕົນເອງ ແລະ ມີສິດອໍານາດ, ປອດໄພ ແລະ ມີອິດສະຫຼະ.

ຢູ່ Mozilla, ພວກເຮົາເປັນຊຸມຊົນທົ່ວໂລກຂອງນັກເທັກໂນໂລຍີ, ນັກຄິດ ແລະ ຜູ້ສ້າງທີ່ເຮັດວຽກຮ່ວມກັນເພື່ອເຮັດໃຫ້ອິນເຕີເນັດມີຊີວິດຊີວາ ແລະ ເຂົ້າເຖິງໄດ້, ດັ່ງນັ້ນຄົນທົ່ວໂລກຈຶ່ງສາມາດແຈ້ງໃຫ້ຜູ້ປະກອບສ່ວນ ແລະ ຜູ້ສ້າງເວັບໄດ້. ເຮົາເຊື່ອວ່າການເຮັດວຽກຮ່ວມກັນຂອງມະນຸດຜ່ານຮູບແບບເປີດເປັນສິ່ງທີ່ຈຳເປັນຕໍ່ການພັດທະນາຕົນເອງ ແລະ ອະນາຄົດຮ່ວມກັນ.

ອ່ານ Mozilla Manifesto ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບຄຸນຄ່າ ແລະຫຼັກການທີ່ເປັນທິດທາງໃນການປະຕິບັດພາລະກິດຂອງພວກເຮົາ.

ເບິ່ງວີດີໂອຂ້າງເທິງເພື່ອຮຽນຮູ້ເພີ່ມຕື່ມວ່າເຮົາແມ່ນໃຜ, ເຮົາມາຈາກໃສ ແລະ ເຮົາເຮັດໃຫ້ເວັບດີຂຶ້ນສຳລັບເຈົ້າແນວໃດ.