ກ່ຽວກັບເວັບໄຊນີ້

ເວັບໄຊທ໌ www.mozilla.org ໄດ້ອອນໄລນ໌ເປັນເວລາຫຼາຍກວ່າສອງທົດສະວັດ. ນັ້ນແມ່ນຕັ້ງແຕ່ ເວລາໄດໂນເສົາ ໃນປີອິນເຕີເນັດ. ດັ່ງນັ້ນ, www.mozilla.org ເປັນຫີນແຈຂອງເວັບ, ໂດຍມີຮາກຝັງຢູ່ໃນການເຄື່ອນໄຫວແຫຼ່ງເປີດທີ່ເຫັນ ການສ້າງ Mozilla.

ມື້ນີ້, ນີ້ແມ່ນເວັບໄຊທີ່ຄົນມາດາວໂຫຼດ Firefox, ລອງ Mozilla VPN, ແລະ ຮຽນຮູ້ເພີ່ມເຕີມ ກ່ຽວກັບ Mozilla. ທ່ານຍັງສາມາດຄົ້ນພົບ ໄຂ່ອີສເຕີ ຈຳນວນໜຶ່ງໄດ້ຕາມທາງ.

ເຊັ່ນດຽວກັນກັບຜະລິດຕະພັນຂອງພວກເຮົາຈໍານວນຫຼາຍ, ເວັບໄຊທ໌ນີ້ແມ່ນແຫຼ່ງເປີດ:

ໂຄໂລໂຟນ

ບາງໂຄງການ open source ທີ່ໃຊ້ໃນການສ້າງເວັບໄຊທ໌ນີ້:

  • Django ເປັນກອບເວັບດ້ານຫຼັງ, ໂດຍມີ Jinja ສໍາລັບການສ້າງແມ່ແບບ.
  • ລະບົບການອອກແບບ Protocol ຂອງ Mozilla ສໍາລັບອົງປະກອບດ້ານໜ້າ ແລະ ການສ້າງຍີ່ຫໍ້.
  • ລະບົບການແປພາສາ Fluent ຂອງ Mozilla ສໍາລັບການແປພາສາ.
  • ເຄື່ອງມື ແລະ ໄລບາລີຂະໜາດນ້ອຍຫຼາຍອັນ, ທີ່ເຈົ້າສາມາດຊອກຫາໄດ້ໃນ GitHub repo ຂອງພວກເຮົາ.

ພວກເຮົາຂໍຂອບໃຈກັບ Mozilla ຜູ້ປະກອບສ່ວນ ທຸກຄົນທີ່ໄດ້ຊ່ວຍເຮັດໃຫ້ເວັບເປັນບ່ອນທີ່ດີກວ່າ.